ໜ້າຫຼັກ / ການເຄື່ອນໄຫວ / ໂທລະພາບແຫ່ງຊາດລາວ ສະຫລອງ ວັນສ້າງຕັ້ງ ຄົບຮອບ 40 ປີ

ໂທລະພາບແຫ່ງຊາດລາວ ສະຫລອງ ວັນສ້າງຕັ້ງ ຄົບຮອບ 40 ປີ

04 Dec 2023 | ຂ່າວ: ວຽງສະຫວັນ |

 ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ ( ທັນວາ 1983 - 1 ທັນວາ 2023) ຈັດຂຶ້ນໃນວັນທີ ທັນວາ 2023 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງ ຂ່າວວັດທະນະທໍາ ແລະ ທ່ອງທ່ຽວມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພະນັກງານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ ໄດ້ລາຍງານຄວາມເປັນມາການເຕີບໃຫຍ່ ແລະ ຈຸດດີ-ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ຂອງໂທລະພາບແຫ່ງຊາດລາວ ໂດຍສະເພາະ ແມ່ນການເຕີບໃຫຍ່ຂະຫຍາຍຕົວ ແລະ ໝາກຜົນໃນການເຄື່ອນໄຫວວຽກງານ ໂທລະພາບແຫ່ງຊາດ ທຊລ ແລະ ທຊລ ທີ່ ຄະນະອໍານວຍການໃຫຍ່ ແລະ ພະນັກງານລັດຖະກອນ ທົ່ວໂທລະພາບແຫ່ງຊາດ ຍາດມາໄດ້ແຕ່ພວກເຮົາຍັງຈະໄດ້ສືບຕໍ່ ກັບສິ່ງທີ່ທ້າທາຍຕໍ່ ສື່ໂທລະພາບໃນຕໍ່ໜ້າ ໂດຍສະເພາະ ສື່ອອນລາຍ ພວກເຮົາຈະຕ້ອງໄດ້ຮ່ວມແຮງ ຮ່ວມໃຈກັນບຸກບືນສູ້ຊົນ ຫັນມາໂຄສະນາເຜີຍແຜ່ ຕອບໂຕ້ສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຜ່ານທາງສື່ອອນລາຍໃຫ້ຫລາຍຂຶ້ນ ໃຫ້ວ່ອງໄວ ທັນເຫດການ ແລະ ທັນກັບຍຸກສະໄໝໃໝ່ ຫລື ຍຸກ 4.0. ນອກຈາກນີ້ຍັງໄດ້ຮັບໃຊ້ເຄື່ອນໄຫວລາຍງານຂ່າວຖ່າຍທອດສົດບັນທຶກເຫດການສຳຄັນຕ່າງໆ ທີ່ຈັດຂຶ້ນໃນແຕ່ລະປີ ເຊັ່ນ: ບຸນປະເພນີຕ່າງໆ ແລະ ງານອື່ນໆຂອງສັງຄົມ ໄດ້ເປັນຢ່າງດີ.

 ໂອກາດນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຄໍາເຫັນວ່າ: ຕະຫລອດໄລຍະ 40 ປີຜ່ານມາ ໂທລະພາບແຫ່ງຊາດລາວ ໄດ້ຜ່ານຜ່າຫລາຍເຫດການ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ຄະນະນຳ ໂທລະພາບແຫ່ງຊາດລາວ ໃນແຕ່ລະໄລຍະ ກໍຄື ປັດຈຸບັນໄດ້ຕັດສິນໃຈ ສືບຕໍ່ເສີມຂະຫຍາຍຈຸດດີ ໃຫ້ເປັນທິດທາງແຜນການ ການພັດທະນາ ໃນຕໍ່ໜ້າ ໂດຍສະເພາະ ໄດ້ພະຍາຍາມປັບປຸງເນື້ອໃນ ແລະ ຮູບແບບ ໃຫ້ມີຄຸນນະພາບດີຂຶ້ນຮັບປະກັນຄວາມວ່ອງໄວ ແລະ ຊັດເຈນຂອງ ການແຈ້ງຂ່າວແຈ້ງເຕືອນໃຫ້ຄວາມຮູ້ແນະນໍາສຶກສາອົບຮົມ ແລະ ໃຫ້ຄວາມບັນເທີງໄປນຳຄຽງຄູ່ກັບການຍົກລະດັບບຸກຄະລາກອນປ່ຽນຖ່າຍລະບົບເຕັກນິກ ຈາກອານາລອກ ໄປສູ່ດີຈິຕອນ ຫລື ໄປສູ່ລະບົບ High Difinition (Full HD) ເພື່ອໃຫ້ທຽມທັນກັບ ພາກພື້ນ ແລະ ສາກົນ. ທັງໝົດນີ້ ເປັນພາລະໜ້າທີ່ອັນໜັກໜ່ວງ ທີ່ໂທລະພາບແຫ່ງຊາດລາວ ຕ້ອງໄດ້ສືບຕໍ່ພ້ອມກັນຕັດສິນໃຈ ບຸກບືນຢ່າງຕັ້ງໜ້າປະຕິບັດໜ້າທີ່ ວຽກງານໃຫ້ປະສົບຜົນສຳເລັດ ໃຫ້ສົມກັບວ່າ ເປັນກະບອກສຽງ ຂອງພັກ ຂອງລັດ ແລະ ເປັນເວທີສື່ມວນຊົນ ທີ່ໄວ້ໃຈໄດ້ຂອງປະຊາຊົນ.

 ພ້ອມນັ້ນສື່ໂທລະພາບ ເປັນສື່ເອເລັກໂຕຣນິກປະເພດໜຶ່ງ ທີ່ມີຄຸນສົມບັດ ພິເສດໃນການນຳສະເໜີ ທັງພາບ ແລະ ສຽງ ໃນເວລາດຽວກັນ ຈຶ່ງສາມາດເວົ້າໄດ້ວ່າ ໂທລະພາບໄດ້ກາຍເປັນ ເຄື່ອງມືສື່ສານທີ່ສໍາຄັນເປັນກະ ບອກສຽງອັນແຫລມຄົມ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດສະໜອງຂໍ້ມູນຂ່າວສານ-ສາລະຄວາມຮູ້-ສາລະບັນເທີງ ໃຫ້ແກ່ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໄດ້ຮັບຮູ້ ແລະ ສັງຄົມມີຄວາມເຂົ້າໃຈທີ່ຖືກຕ້ອງ ຢ່າງມີປະສິດທິ ພາບປະສິດທິຜົນ ຢ່າງຫລວງຫລາຍໃນຍຸກປະຈຸບັນ ກໍຄື ຍຸກ 4.0 ນີ້ ເປັນຍຸກຂໍ້ມູນຂ່າວສານທີ່ບໍ່ມີພົມແດນ ເຊິ່ງຄົນເຮົາສາມາດເຂົ້າເຖິງ ຂໍ້ມູນຂ່າວສານ ໄດ້ຫລາຍຊ່ອງທາງ ທຸກຄົນສາ ມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆ ທີ່ເປັນຄວາມຈິງ ແລະ ບໍ່ເປັນຄວາມຈິງຈໍານວນບໍ່ໜ້ອຍ ໂດຍສະເພາະ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງພັກ-ລັດ ກໍຄື ການນຳພາຂອງພັກ-ລັດ. ສະນັ້ນສື່ພວກເຮົາຕ້ອງພ້ອມກັນ ປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງມີທັດສະນະຫລັກໝັ້ນມີສະຕິໃນການບໍລິໂພກ ຂໍ້ມູນຂ່າວສານ ເພາະພວກເຮົາເປັນຜູ້ເຮັດໜ້າທີ່ ເຜີຍແຜ່ຂໍ້ມູນອັນຖືກຕ້ອງໃຫ້ສັງຄົມ ໄດ້ເຂົ້າໃຈຢ່າງເຖິງຖ່ອງແທ້ ຕໍ່ເຫດການທີ່ເກີດຂຶ້ນດ້ວຍການວິເຄາະເຈາະເລິກບັນຫານັ້ນໆຊີ້ໃຫ້ເຫັນສາເຫດເບື້ອງໜ້າເບື້ອງຫລັງຜົນກະທົບທີ່ຈະຕາມມາ ແລະ ໃຊ້ຄວາມຄິດສ້າງສັນ ຂອງຕົນໃນການນໍາສະເໜີ ວິທີທາງແກ້ໄຂບັນຫານັ້ນໆ ເພື່ອໃຫ້ບັນຫາເຫລົ່ານັ້ນບັນເທົາລົງ ຫລື ຫລຸດໜ້ອຍຖອຍລົງ ເຮັດໃຫ້ສັງຄົມໄດ້ຮັບການແກ້ໄຂດີຂຶ້ນ.

   ໂອກາດນີ້ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຮຽກຮ້ອງໃຫ້ບັນດາ ນັກສື່ມວນຊົນທັງຫລາຍ ຈົ່ງສະແຫວງຮຽນຮູ້ຢູ່ຕະຫລອດເວລາຊອກຫາແຫລ່ງຂໍ້ມູນໃຫ້ຫລາຍເບິ່ງບັນຫາຢ່າງເລິກເຊິ່ງເຖິງຖ່ອງ ແລະ ຮອບຮູ້ກວ້າງໄກໃນທຸກໆດ້ານ ເພາະເຮົາເປັນຜູ້ຄິດຜູ້ຂຽນຜູ້ວາງແຜນຮູບແບບ ໃນການເຜີຍແຜ່ສິ່ງຕ່າງໆ ໄປສູ່ສັງຄົມ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ສາມາດເວົ້າໄດ້ວ່າ ຄຸນນະພາບຂອງສື່ມວນຊົນ ແມ່ນຂຶ້ນຢູ່ກັບຮູບແບບ ແລະ ເນື້ອໃນຂອງຂໍ້ມູນນັ້ນໆ ເພື່ອສົ່ງຕໍ່ໃຫ້ມວນຊົນ. ເພື່ອປັບປຸງວຽກງານ ສື່ໃຫ້ດີຂຶ້ນກ່ວາເກົ່າ ໃຫ້ບັນດານັກຮົບສື່ທັງຫລາຍ ທີ່ນໍາສະເໜີຂ່າວ ຕ້ອງໄດ້ມີການຫັນປ່ຽນ ເພື່ອເຮັດແນວຈະດຶງດູດ ໃຫ້ສັງຄົມມີຄວາມສົນໃຈ ຢາກຕິດຕາມ ໂທລະພາບຂອງພວກເຮົາ ໃຫ້ມີຈຳນວນເພີ່ມຂຶ້ນ (ເພາະຜ່ານມາຂ່າວສ່ວນໃຫຍ່ ຍັງຍຶດຕິດຢູ່ກັບຂ່າວພິທີການ). ສະນັ້ນຄວນເພີ່ມຂ່າວກ່ຽວກັບ ບັນຫາສັງຄົມ ຫລື ປະຊາຊົນໃຫ້ຫລາຍຂຶ້ນ. ດັ່ງທ່ານເລນິນເຄີຍເວົ້າວ່າ: ຖ້າຢາກໃຫ້ປະຊາຊົນສົນໃຈ ຕິດຕາມຂ່າວສານບ້ານເມືອງ ສື່ຕ້ອງເວົ້າເຖິງບັນຫາ ຂອງເຂົາເຈົ້າໃຫ້ຫລາຍຂຶ້ນ ແລະ ສື່ກໍ່ຕ້ອງກໍາແໜ້ນໃຫ້ໄດ້ ລັກສະນະນໍາໜ້າ ຂອງສື່ມວນຊົນລາວ ຕາມກົດໝາຍທີ່ກໍານົດໄວ້ ຄື: ລັກສະນະຕົວຈິງລັກສະນະສຶກສາອົບຮົມລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.

Share:

ຂ່າວຫຼ້າສຸດ